ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປີ 2025-2030 ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຕາມດໍາລັດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 291/ນຍ, ລົງວັນທີ 28 ພຶດສະພາ 2025, ຈຸດປະສົງຫຼັກ ຂອງແຜນດໍາເນີນງານດັ່ງກ່າວ ແມ່ນເພື່ອກຳນົດບັນດາໜ້າວຽກບູລິມະສິດທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຊຶ່ງຕ້ອງໄດ້ຮັບການແກ້ໄຂ ແລະ ທັງປະຕິບັດຕາມພັນທະທີ່ມີຕໍ່ພາກພື້ນ ແລະ ສາກົນໃນອີກ 5-6 ປີຂ້າງໜ້າ, ໂດຍສັງລວມເອົາບັນດາມາດຕະການ, ແຜນວຽກຈຸດສຸມ, ກິດຈະກຳ ແລະ ຄາດໝາຍສູ້ຊົນຂອງສອງຂົງເຂດວຽກງານ (ການຄ້າ ແລະ ການຂົນສົ່ງ) ເຂົ້າເປັນອັນດຽວ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ມີຄວາມສອດຄ່ອງ, ເປັນເອກະພາບ ແລະ ໄປໃນລວງດຽວກັນ ໃນອານາຄົດຂ້າງໜ້າ.
ແຜນດໍາເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄລຍະ 5 ປີ ມີເປົ້າໝາຍລວມ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ປອດໄພ, ຊຶ່ງມີ 4 ຄາດໝາຍສູ້ຊົນ ຄື: 1) ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ. 2) ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້າ ນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານ. 3) ປັບປຸງດັດສະນີຕົວຊີ້ວັດປະສິດທິພາບດ້ານໂລຊິດສະຕິກຂອງ ສປປ ລາວ ໃຫ້ເພີ່ມຂຶ້ນ. 4) ຫຼຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈຳເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າຢູ່ພາຍໃນ. ພ້ອມດຽວກັນ, ຍັງມີ 12 ມາດຕະການ, 22 ແຜນວຽກຈຸດສຸມ ແລະ ບັນດາກິດຈະກຳຈັດຕັ້ງປະຕິບັດຢ່າງລະອຽດ ເພື່ອບັນລຸເປົ້າໝາຍລວມ ແລະ ຄາດໝາຍສູ້ຊົນທີ່ກຳນົດໄວ້.
ທ່ານ ສາມາດອ່ານລາຍລະອຽດ ຫຼື ດາວໂລດແຜນດໍາເນີນງານດັ່ງກ່າວ ໂດຍກົດຕາມລິ້ງນີ້:
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປີ 2025-2030 | ![]() |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.