ຕອນເຊົ້າຂອງວັນທີ 06 ມີຖຸນາ 2025, ທີ່ຫ້ອງປະຊຸມ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ, ຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານສຶກສາເວລາກວດປ່ອຍສິນຄ້າ (TRS) ປີ 2024 ໂດຍມີຈຸດປະສົງ ເພື່ອຜ່ານ (ຮ່າງ) ບົດລາຍງານສຶກສາ ເວລາໃນການກວດປ່ອຍສິນຄ້າ ປີ 2024 ສະບັບເຕັມ ເພື່ອໃຫ້ຄະນະຊີ້ນໍາໄດ້ພິຈາລະນາຮັບຮອງ. ກອງປະຊຸມໄດ້ຮັບກຽດເປັນປະທານຂອງ ທ່ານ ນ. ມະນີວອນ ວົງໄຊ ຫົວໜ້າກົມການຄ້າຕ່າງປະເທດ, ຜູ້ປະຈໍາການຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາຫົວໜ້າກົມ,ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຂອງພາກລັດທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ທ່າບົກ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ.

ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ການສຶກສາ TRS ແມ່ນເຄື່ອງມືວັດແທກຂອງອົງການພາສີໂລກ (WCO) ເພື່ອນັບເວລາຂະບວນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ-ສ່ົງອອກ ແລະ ຂະບວນການກວດປ່ອຍສິນຄ້າຢູ່ດ່ານ ຈຸດປະສົງຫຼັກຂອງການສຶກສາ ແມ່ນ ແນໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ເປັນການຈັດຕັ້ງປະຕິບັດຕາມພັນທະທີ່ ສປປ ລາວ ມີຕໍ່ສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA) ແລະ ເປັນການຜັນຂະຫຍາຍຄໍາສັ່ງເລກທີ 02/ນຍ ແລະ ເລກທີ 12/ນຍ ໂດຍສະເພາະແມ່ນການທົບທວນ ແລະ ປັບປຸງ ບັນດານິຕິກໍາ, ລະບຽບການ ແລະ ຂັ້ນຕອນ ໃນການອອກອະນຸຍາດ, ຢັ້ງຢືນ ສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າໃຫ້ສະດວກ, ຫຼຸດຂັ້ນຂອດ, ເວລາ ແລະ ເອກະສານທີ່ບໍ່ຈໍາເປັນລົງ, ປັບປຸງຂັ້ນຕອນດໍາເນີນການແຈ້ງເອກະສານການນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ດ່ານຊາຍແດນໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂຶ້ນກວ່າເກົ່າ ແນໃສ່ຫຼຸດຜ່ອນເວລາໃຫ້ໄດ້ຢ່າງໜ້ອຍ 50%.

ການສຶກສາ TRS ແມ່ນການຮ່ວມມືກັນ ລະຫວ່າງ ກົມການຄ້າຕ່າງປະເທດ ແລະ ກົມພາສີ ຊຶ່ງໄດ້ສຶກສາປີ 2020,  2022 ແລະ ສໍາລັບປີ 2024 ແມ່ນໄດ້ຂະຫຍາຍຂອບເຂດການສຶກສາ ໂດຍກວມເອົາການອອກອະນຸຍາດ, ຢັ້ງຢືນ ຂອງຂະແໜງການທີ່ກ່ຽວຂ້ອງ ທັງໝົດ 14 ຂະແໜງການ ແລະ 13 ດ່ານສາກົນ. 

ກອງປະຊຸມໄດ້ຮັບຟັງການລາຍງານຜ່ານ (ຮ່າງ) ບົດລາຍງານສຶກສາ ເວລາໃນການກວດປ່ອຍສິນຄ້າ ປີ 2024 ສະບັບເຕັມ ແລະ ໄດ້ຮັບການປະກອບຄໍາຄິດເຫັນຈາກຜຸ້ເຂົ້າຮ່ວມຢ່າງກົງໄປກົງມາຕໍ່ກັບຮ່າງບົດລາຍງານດັ່ງກ່າວ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ມອບໃຫ້ກົມການຄ້າຕ່າງປະເທດ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ສັງລວມຄໍາເຫັນຕ່າງໆ ຂອງຜູ້ເຂົ້າຮ່ວມກອງປະຊຸມ ເພື່ອປັບປຸງເຂົ້າໃນຮ່າງບົດລາຍານ TRS ແລ້ວສະເໜີຂັ້ນເທິງ ພິຈາລະນາ ແລະ ໃຫ້ທິດຊີ້ນໍາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?