ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນ ເມສາ 2025 ບັນລຸໄດ້ປະມານ 1,570 ລ້ານໂດລາສະຫະລັດ.
ສິນຄ້າສົ່ງອອກຕົ້ນຕໍ
ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 813 ລ້ານໂດລາສະຫະລັດ, ຫຼຸດລົງ 14% ທຽບໃສ່ ເດືອນ ມີນາ ທີ່ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 151 ລ້ານໂດລາສະຫະລັດ, ເກືອກາລີ 90 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 67 ລ້ານໂດລາສະຫະລັດມັນຕົ້ນ 48 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 40 ລ້ານໂດລາສະຫະລັດ, ແຮ່ທອງ 37 ລ້ານໂດລາສະຫະລັດ, ຢາງພາລາ 27 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 22 ລ້ານໂດລາສະຫະລັດ, ໝາກກ້ວຍ 22 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 20 ລ້ານໂດລາສະຫະລັດ,
ສິນຄ້ານໍາເຂົ້າຕົ້ນຕໍ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 757 ລ້ານໂດລາສະຫະລັດ ຫຼຸດລົງ 4% ທຽບໃສ່ ເດືອນ ມີນາ ທີ່ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ຜະລິດຕະພັນເຄມີປະສົມສໍາເລັດຮູບ 91 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 84 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 68 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 61 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 49 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 43 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 25 ລ້ານໂດລາສະຫະລັດ, ນໍ້າຕານ 18 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 17ລ້ານໂດລາສະຫະລັດ, ລົດໄຖນາ 2 ລ້ານໂດລາສະຫະລັດ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 279 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 193 ລ້ານໂດລາສະຫະລັດ, ໄທ ປະມານ 156 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 73 ລ້ານໂດລາສະຫະລັດ ແລະ ອົດສະຕາລີ ປະມານ 43 ລ້ານໂດລາສະຫະລັດ,
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 298 ລ້ານໂດລາສະຫະລັດ, ໄທ ປະມານ 280 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 106 ລ້ານໂດລາສະຫະລັດ, ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ ແລະ ສ.ອາເມລິກາ ປະມານ 12 ລ້ານ ໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ເມສາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.