ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນ ມີນາ 2025 ບັນລຸໄດ້ປະມານ 1,730 ລ້ານໂດລາສະຫະລັດ
ສິນຄ້າສົ່ງອອກຕົ້ນຕໍ
ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 945 ລ້ານໂດລາສະຫະລັດ, ເພີ່ມຂື້ນ 2% ທຽບໃສ່ ເດືອນ ກຸມພາ ທີ່ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 172 ລ້ານໂດລາສະຫະລັດ, ມັນຕົ້ນ 115 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 101 ລ້ານໂດລາສະຫະລັດເກືອກາລີ 74 ລ້ານໂດລາສະຫະລັດ, ແຮ່ທອງ 43 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 41 ລ້ານໂດລາສະຫະລັດ, ຢາງພາລາ 31 ລ້ານໂດລາສະຫະລັດ, ໝາກກ້ວຍ 27 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ26 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ.
ສິນຄ້ານໍາເຂົ້າຕົ້ນຕໍ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 785 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 28% ທຽບໃສ່ ເດືອນ ກຸມພາ ທີ່ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 114 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 87 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 81 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 71 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 35 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 27 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 18 ລ້ານໂດລາສະຫະລັດ, ນໍ້າຕານ 9 ລ້ານໂດລາສະຫະລັດ, ລົດໄຖນາ 5 ລ້ານໂດລາສະຫະລັດ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 279 ລ້ານໂດລາສະຫະລັດ, ຈີນ ປະມານ 259 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 237 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 64 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 32 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 340 ລ້ານໂດລາສະຫະລັດ, ຈີນ ປະມານ 257 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 104 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ 19 ລ້ານ ໂດລາສະຫະລັດ, ແລະ ຢີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ມີນາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.