ວັນທີ 28 ພຶດສະພາ 2025 ທີ່ ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 06 ເດືອນ ທ້າຍປີ 2024 ຫາ 06 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026 ແລະ ວຽກງານປິ່ນອ້ອມການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ບົວວັນ ວິລະວົງ, ຫົວໜ້າຫ້ອງ ການກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງ ເຂົ້າຮ່ວມທັງແບບເຊິງໜ້າ ແລະ ທາງໄກ ປະມານ 200 ຄົນ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະ 6 ເດືອນທ້າຍປີ 2024 ຫາ 6 ເດືອນ ຕົ້ນປີ 2025 ແລະ ແຜນການປີ 2025-2026 ມີທັງໝົດ 6 ກຸ່ມວຽກ ແລະ 23 ໜ້າວຽກຍ່ອຍ, ຊຶ່ງເຫັນວ່າ ເຮັດໄດ້ສໍາເລັດແລ້ວ 7 ໜ້າວຽກ ຫຼື ເທົ່າກັບ 30% ສ່ວນອີກ 16 ໜ້າວຽກ ຫຼື 70% ແມ່ນຍັງບໍ່ທັນສໍາເລັດ.
ກອງປະຊຸມໄດ້ມີການປຶກສາຫາລື ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາຈາກບັນດາຜູ້ເຂົ້າຮ່ວມ ຕໍ່ກັບບັນຫາທີ່ໄດ້ຍົກມາປຶກສາຫາລື ແລະ ໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆທີ່ຄວນຈະໄດ້ຮັບການສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ສະຫຼຸບ ແລະ ມອບໃຫ້ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ນຳເອົາຄຳຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໄປປັບປຸງຮ່າງບົດລາຍງານຂອງກອງເລຂາ ເພື່ອກະກຽມລາຍງານຕໍ່ກອງປະຊຸມໃຫຍ່ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.