ແຈ້ງຖອນໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ

ອີງຕາມແຈ້ງການຖອນໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ຂອງກົມການຄ້າຕ່າງປະເທດ , ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1633/ກຄຕ, ລົງວັນທີ 24 ເມສາ 2025, ແຈ້ງໃຫ້ຊາບວ່າ ຜ່ານການຈັດຕັ້ງປະຕິບັດແຈ້ງການຂອງ ກົມ ຄຕ ສະບັບເລກທີ 1284/ກຄຕ, ລົງວັນທີ 13 ມີນາ 2025 ເຫັນວ່າບໍລິສັດຈຳນວນໜຶ່ງ ຍັງບໍ່ໄດ້ມາສືບຕໍ່ອາຍຸ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ນຳເຈົ້າໜ້າທີ່ຕາມແຈ້ງການ. ສະນັ້ນ, ກົມ ຄຕ ຈິ່ງໄດ້ຖອນສິດ ແລະ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ຂອງບັນດາບໍລິສັດ ທີ່ມີລາຍຊື່ຄັດຕິດມານີ້ (ລາຍຊື່ບໍລິສັດທີ່ຖືກຖອນສິດ ແລະ ໃບຢັ້ງຢືນ) ແລະ ແຈ້ງມໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຊາບ

ບໍລິສັດທີ່ຖືກຖອນສິດ ແລະ ໃບຢັ້ງຢືນດັ່ງກ່າວ ແມ່ນຈະບໍ່ມີສິດເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ແຕ່ຍັງສາມາດດຳເນີນກິດຈະການພາຍໃນອື່ນໄດ້. ໃນກໍລະນີບໍລິສັດຫາກມີຄວາມປະສົງຈະຂໍສືບຕໍ່ໃນການດຳເນີນທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ຕ້ອງໄດ້ປະກອບເອກະສານຍື່ນຫາກົມການຄ້າຕ່າງປະເທດ ຫຼື ຂະແໜງການຄ້າຕ່າງປະເທດ, ພະແນກອຸດດສາຫະກຳ ແລະ ການຄ້າແຂວງ ເພື່ອພິຈາລະນາອະນຸມັດ.    

- ລາຍຊື່ຫົວໜ່ວຍວິສາຫະກິດທີ່ຖືກຖອນໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສາມາດ ເບິ່ງ ຫຼື ດາວໂຫຼດ ຕາມຄີວອາໂຄດ ລຸ່ມນີ້,

         

    

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?