ອີງຕາມສະຖິຕິຜ່ານແດນ ຈາກກົມພາສີ, ກະຊວງການເງິນ ເຫັນວ່າ ປີ 2022 ຜ່ານມາ ສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນ​ຄ້າ ຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2,397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ 1,284,000 ໂຕນ, ເພີ່ມ​ຂຶ້ນ​ປະ​ມານ 44.4% ເມື່ອ​ທຽບ​ໃສ່​ປີ 2021 ທີ່​ມີ​ມູນ​ຄ່າປະ​ມານ 1,661 ລ້ານ​ໂດ​ລາ​ສະ​ຫະ​ລັດ.

     ​ໃນ​ນີ້, ສິນຄ້າຜ່ານແດນ ຈາກ ໄທ ຜ່ານ ລາວ ໄປ ຈີນ ມີມູນຄ່າປະມານ 1,339 ລ້ານໂດລາສະຫະລັດ, ເພີ່ມ​ຂຶ້ນປະ​ມານ 5% ເມື່ອ​ທຽບ​ໃສ່​ປີ 2021, ສິນຄ້າສ່ວນໃຫຍ່ແມ່ນປະເພດໝາກໄມ້ ກວມເຖິງ 95.8% ຫຼື ຄິດເປັນມູນຄ່າປະມານ 1,283 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງມີສິນຄ້າປະເພດ ເຄື່ອງເອເລັກໂຕຣນິກ, ພືດຜັກ ແລະ ດອກເຜິ້ງ. ສິນຄ້າປະມານ 95.3% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ), 2.6% ຜ່ານທາງລົດໄຟ ລາວ-ຈີນ ແລະ ອີກ 2.1% ຜ່ານຂົວມິດຕະພາບ I ໄປ ສປ ຈີນ.

ພາບປະກອບຈາກອີນເຕີເນັດ

     

     ສຳ​ລັບສິນຄ້າຈາກ ຈີນ ຜ່ານ ລາວ ໄປ ໄທ ແມ່ນມີມູນຄ່າ 1,058 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 175%, ສິນຄ້າຜ່ານ​ແດນສ່ວນໃຫຍ່ແມ່ນປະ​ເພດ ພືດຜັກ, ເຄື່ອງຕັດຫຍິບ, ໝາກໄມ້, ປຸ໋ຍ, ເຄື່ອງໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ. ສິນຄ້າປະມານ 64.6%  ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ແລະ ອີກ 35.4% ​ແມ່ນຜ່ານທາງລົດໄຟລາວ-ຈີນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?