ວັນທີ 28 ເມສາ 2022 ທີ່ໂຮງແຮມ ເລີແກຣນ ແຂວງ ຫລວງພະບາງ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ ກອງປະຊຸມ ‘‘ເຜີຍແຜ່ບັນດານິຕິກຳທີ່ປິ່ນອ້ອມວຽກການນຳເຂົ້້າ ແລະ ສົ່ງອອກປີ 2022 ໃຫ້ແກ່ 09 ແຂວງພາກເໜືອ ໂດຍການເປັນປະທານ ທ່ານນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ພາຍໃຕ້ການສະໜັບສະໜູນ ຂອງ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT).

ທ່ານປະທານໄດ້ກ່າວວ່າ: “ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ເປັນເອກະພາບກັນຕໍ່ກັບລະບຽບການທີ່ໄດ້ມີການປັບປຸງຄືນຈຳນວນໜຶ່ງ ໄດ້ແກ່: ຂໍ້ຕົກລົງວ່າດ້ວຍລາຍການສິນຄ້າເກືອດຫ້າມນຳເຂົ້າ ຫຼື ສົ່ງອອກ, ຂໍ້ຕົກລົງວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນຳເຂົ້າ ຫລື ສົ່ງອອກ, ຄຳແນະນຳກ່ຽວກັບການສົ່ງອອກໄມ້ປູກ ແລະ ໄມ້ທໍາມະຊາດ, ຂໍ້ຕົກລົງວ່າດ້ວຍການນຳເຂົ້້ານໍ້າມັນເຊື້ອໄຟ ແລະ ນໍ້າມັນລໍ່ລື່ນ ແລະ ວຽກງານອື່ນໆທີ່ປິ່ນອ້ອມການນຳເຂົ້າ ແລະ ສົ່ງອອກ”. ນອກຈາກນັ້ນ, ຍັງເປີດເວທີຮັບຟັງຄຳຄິດເຫັນ ແລະ ບັນດາຂໍ້ສະເໜີຈາກຜູ້ຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນທ້ອງຖິ່ນ ຕໍ່ກັບບັນດານິຕິກຳທີ່ຖືກວາງອອກ ທີ່ເຫັນຂັ້ນຂອດທີ່ຍັງເປັນບັນຫາ ແລະ ສ້າງອຸປະສັກຕໍ່ການ ຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ແກ່ພາກລັດ ແລະ ເອກະຊົນ.

ຄຽງຄູ່ກັບການເຜີຍແຜ່ດັ່ງກ່າວມານັ້ນ ກອງປະຊຸມຄັ້ງນີ້ຍັງພະຍາຍາມຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ VIII ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ ໂດຍແນ່ໃສ່: ການສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ໃຫ້ສາມາດກາຍເປັນສິນຄ້າສົ່ງອອກ; ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍປັບປຸງບັນດາກົດໝາຍ; ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວວ່ອງໄວ ເພື່ອສ້າງ ແລະ ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ ໂດຍສະເພາະແມ່ນ ການນຳເຂົ້າ ແລະ ສົ່ງອອກສິນຄ້າ.

ກອງປະຊຸມໄດ້ດໍາເນີນໄປຢ່າງຟົດຟື້ນ ແລະ ເຕັມໄປດ້ວຍການແລກປ່ຽນຄໍາເຫັນຄໍາເຫັນຢ່າງກົງໄປກົງມາ ເຊິ່ງມາຮອດຕອນທ້າຍຂອງວາລະ ທ່ານປະທານໄດ້ກ່າວສະຫຼຸບວ່າ: “ຕໍ່ກັບບັນດາຂໍ້ສະເໜີທີ່ ບັນດາແຂວງ ໄດ້ປະກອບມານີ້, ທາງກອງເລຂາກອງປະຊຸມໄດ້ບັນທຶກໄວ້ແລ້ວ ແລະ ຈະໄດ້ໃຫ້ ກົມກ່ຽວຂ້ອງ ໂດຍສະເພາະ ແມ່ນ ກົມການນຳເຂົ້າ ແລະ ສົ່ງອອກ ສືບຕໍ່ຄົ້ນຄວ້າ ແລະ ລາຍງານໃຫ້ຄະນະນຳກະຊວງເພື່ອຊາບ ແລະ ມີທິດຊີ້ນຳໃນການຈັດຕັ້ງປະຕິບັດ”.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?