ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແຂວງ ບໍລິຄຳໄຊ
ພະແນກອຸດສາຫະກຳ ແລະ ການຄ້າ     ເລກທີ 353/ພອຄ
ບໍລິຄຳໄຊ, ລົງວັນທີ 2 ມີນາ 2021

ໜັງສືແຈ້ງການ

ເຖິງ:  ທ່ານປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງບໍລິຄໍາໄຊ.

   - ບັນດາ ບໍລິສັດ/ໂຮງງານ ທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດໃນຂອບເຂດແຂວງບໍລິຄຳໄຊ.

ເລື່ອງ:   ການເລີ່ມຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບເອເລັກໂຕຼນິກ (E-CO).

  • ອີງຕາມ ແຈ້ງການສະບັບເລກທີ 0296/ຫອຄ.ກຂອ, ລົງວັນທີ 23 ທັນວາ 2019 ວ່າດ້ວຍການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບເອເລັກໂຕຼນິກ.
  • ອີງຕາມ ແຈ້ງການສະບັບເລກທີ 1428/ຫອຄ.ກຂອ, ລົງວັນທີ 28 ສິງຫາ 2020 ກ່ຽວກັບການຈັດຕັ້ງປະຕິບັດ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າດ້ານສິນຄ້າຂອງອາຊຽນຜ່ານລະບົບເລັກໂຕຼນິກ ຫຼື ATIGA E-FORM D.

   ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ : ນັບແຕ່ວັນທີ 01 ມີນາ 2021 ເປັນຕົ້ນໄປ ແມ່ນເລີ່ມປະຕິບັດການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງ ເອເລັກໂຕຼນິກ (E-CO) ຄຽງຄູ່ກັບລະບົບເຈ້ຍສໍແບບເກົ່າເຊິ່ງໃນໄລຍະເລີ່ມການຈັດຕັ້ງປະຕິບັດນີ້ ຜູ້ປະກອບການທຸລະກິດສາມາດເລືອກໄດ້ວ່າ ຈະໃຊ້ລະບົບ (E-CO) ຫຼື ລະບົບເຈ້ຍສໍໃດໜື່ງກໍ່ໄດ້   ເພື່ອຫັນເປັນທັນສະໄໝ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນການສົ່ງອອກສິນຄ້າທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແນໃສ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ-ສອດຄ່ອງຕາມລະບຽບກົດໝາຍ ແລະ ລະບຽບການຂອງ ສປປລາວ ແລະ ສາກົນ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ

ໄກສອນ ຈັນສີນາ

ຕິດຕໍ່ປະສານງານ : ຂະແໜງການນຳເຂົ້າ-ສົ່ງອອກ :

- ທ່ານ ພຸດທະວົງ ສີສະຫວັດ 020 23456684

- ນາງ ຫຼ້າແກ້ວ ວິໄລຫົງ       020 54488996

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?