ເຖິງວ່າ ສປປ ລາວ ຈະມີຈໍານວນຜູ້ຕິດເຊື້ອທີ່ນ້ອຍຖ້າທຽບໃສ່ບັນດາປະເທດໃກ້ຄຽງກໍ່ຕາມ. ແຕ່ປະຊາຊົນບັນດາເຜົ່າກໍ່ຄວນມີສະຕິລະວັງໂຕຫລີກລ່ຽງສະຖານທີ່ສຸ່ມສ່ຽງ ແລະ ແອອັດ ໂດຍປະຕິບັດຕາມມາດຕະການທີ່ທາງ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ວ່າງອອກຢ່າງເຄັງຂັດ ແລະ ບົນພື້ນຖານການດໍາລົງຊີວິດທີ່ມີສະຕິ ບໍ່ແຕກຕື່ນ ແລະ ຮູ້ເສບຂ່າວທີ່ໜ້າເຊື່ອຖື ເພື່ອຊ່ວຍກັນສະກັດການແພ່ລະບາດທີ່ໄວຫາກບຸກຄົນໄດຕິດເຊື້ອແລ້ວບໍ່ປະຕິບັດຕາມການແນະນໍາຂອງຄະນະສະເພາະກິດ ແມ່ນຈະສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ແລະ ເກີດຄວາມວຸ້ນວາຍພາຍໃນສັງຄົມຂອງເຮົາ.

ແຫຼ່ງຂໍ້ມູນ: https://www.covid19.gov.la/

        ອີງຕາມການລາຍງານຂອງ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຂອງ ສປປ ລາວ ປະຈໍາວັນຈັນ ວັນທີ 07 ທັນວາ ປີ 2020 ໄດ້ໃຫ້ຮູ້ວ່າ: ມີກໍລະນີຕິດເຊື້ອເພີ່ມຂື້ນ 2 ກໍລະນີກໍ່ຄື ກໍລະນີ 40 ແລະ 41 ທີ່ໄດ້ເດີນທາງກັບມາຈາກ ລັດເຊຍ ໃນໄລຍະເວລາທີ່ຕ່າງກັນ ແລະ ຂື້ນກັບສາຍການບີນຄົນລະລໍາ ເຊິ່ງມີລາຍລະອຽດດັ່ງນີ:

ແຫຼ່ງຂໍ້ມູນ: https://www.covid19.gov.la/

         ກໍລະນີຢັ້ງຢືນທີ 40: ເພດຊາຍ, ອາຍຸ 65 ປີ, ສັນຊາດຣັດເຊຍ, ອາຊິບນັກບິນ. ວັນທີ 05 ທັນວາ 2020

ເດີນທາງຈາກປະເທດມາເລເຊຍ ຜ່ານປະເທດໄທ ແລະ ມາຮອດ ສປປ ລາວ ແລະ ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງ. ປະຈຸບັນ ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ. ນອກຈາກນັ້ນ, ຜູ້ໂດຍສານທີ່ເດີນທາງຮ່ວມສາຍການບິນ ທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ ສ່ວນໃຫ່ຍແມ່ນ ນັກບິນ ແລະ ນາຍຊ່າງ, ທັງໝົດ ແມ່ນໄດ້ເກັບຕົວຢ່າງກວດ ແຕ່ບໍ່ພົບເຊື້ອ ຍົກເວັ້ນຜູ້ກ່ຽວ.

ແຫຼ່ງຂໍ້ມູນ: https://www.covid19.gov.la/

         ກໍລະນີຢັ້ງຢືນທີ 41: ເພດຍິງ, ອາຍຸ 19 ປີ, ສັນຊາດລາວ, ອາຊີບນັກສຶກສາ ຮຽນຢູ່ ສ ຣັດເຊຍ. ວັນທີ 27 ພະຈິກ 2020 ເດີນທາງຈາກສະໜາມບິນຂອງປະເທດລັດເຊຍ (Moscow (Vnukovo)-Moscow (Domodeovo) ໂດຍຖ້ຽວບິນພິເສດ ABG 9985/9986 ເຊິ່ງມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ ແລະ ບໍ່ພົບເຊື້ອ ຍົກເວັ້ນຜູ້ກ່ຽວ. ເຊິ່ງພາຍຫຼັງລົງຍົນ ແມ່ນໄດ້ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງ. ປະຈຸບັນ ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ.

          ໃນນັ້ນ, ຜົນການກວດວິເຄາະທັງໝົດຢູ່ ສປປ ລາວ ແຕ່ເດືອນມັງກອນ ຮອດ ວັນທີ 06 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 82,178 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?