ພາບປະກອບ

 

       ອີງຕາມ ຂໍ້ຕົກລົງ ວ່າດ້ວຍການມອບສິດໃນການອະນຸຍາດ ໃຫ້ນໍາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນການແຈ້ງພາສີເປັນລະອຽດ, ເລກທີ 01446/ກພສ, ລົງວັນທີ 13 ມີນາ 2020 ໄດ້ລະບຸໃວ້ວ່າ ໃນການອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ບ່ອນທີ່ໄດ້ນໍາເຂົ້ານັ້ນ ຕ້ອງໄດ້ຮັບການອະນຸຍາດ ຫຼື ຢັ້ງຢືນ ຂອງຂະແໜງການລັດທີ່ກ່ຽວຂ້ອງ ເສຍກ່ອນ ແລະ ປະຕິບັດຕາມ ມາດຕາ 27 ຂອງກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.

ພາບປະກອບ: ອຸປະກອນທາງການແພດ

 

       ປະເພດສິນຄ້າທີ່ສາມາດເອົາອອກຈາກສາງ ແລະ ດ່ານພາສີສາກົນ ກ່ອນການແຈ້ງພາສີ ແມ່ນມີ 2 ປະເພດຫລັກຄື:

       1. ຫົວໜ້າດ່ານພາສີສາກົນ ຈະພິຈາລະນາອະນຸຍາດອອກໃບແຈ້ງພາສີຄໍ້າປະກັນ (IM8) ໃຫ້ແກ່:

  • ການນໍາເຂົ້າ ວັດຖຸດິບ, ວັດຖຸອຸປະກອນ ແລະ ອື່ນໆ ມາຮັບໃຊ້ການຜະລິດ ເປັນອັນຮີບດ່ວນ ຂອງບັນດາວິສາຫະກິດລົງທຶນ ທີ່ໄດ້ມີໜັງສືຢັ້ງຢືນຈາກຂະແໜງແຜນການ ແລະ ການລົງທຶນ ຂັ້ນສູນກາງ ຫຼື ທ້ອງຖີ່ນ;
  • ການນໍາເຂົ້າ ອຸປະກອນຮັບໃຊ້ທາງການແພດ ເຊັ່ນ: ວັກແຊງ, ນໍ້າຢາວິເຄາະ ແລະ ເຄື່ອງມືການແພດ;
  • ການນໍາເຂົ້າ ເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸອຸປະກອນ ແລະ ເຄື່ອງຮັບໃຊ້ໃນໄລຍະສຸກເສີນ ທີ່ເກີດໄພພິບັດ;
  • ການນໍາເຂົ່້າ ສັດທີ່ມີຊີວິດ, ສິນຄ້າບູດເນົ່າໄວ ແລະ ສິນຄ້າທີ່ເກັບໃນອຸນນະພູມສະເພາະ.
ພາບປະກອບ: ອຸປະກອນຮັບໃຊ້ໃນໄລຍະສຸກເສີນ

 

       2. ຫົວໜ້າກອງຄຸ້ມຄອງພາສີ ຈະພິຈາລະນາອະນຸຍາດໃຫ້ ດ່ານພາສີສາກົນ ອອກໃບແຈ້ງພາສີຄໍ້າປະກັນ (IM8) ໃຫ້ແກ່:

  • ການນໍາເຂົ້າ ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າມາ ເພື່ອງານວາງສະແດງ ແລະ ຈໍາໜ່າຍສິນຄ້າ;
  • ການນໍາເຂົ້າວັດຖຸອຸປະກອນ, ເຄື່ອງມືສ້ອມແປງ ແລະ ການສໍາຫຼວດອອກແບບ;
ພາບປະກອບ: ເຄື່ອງອຸປະໂພກ-ບໍລິໂພກ

 

       ສໍາລັບດ່ານນໍາເຂົ້າສິນຄ້າ ແລະ ເຄື່ອງຂອງ ທີ່ບໍ່ນອນໃນປະເພດສິນຄ້າທີ່ກ່າວມານັ້ນ ແມ່ນກົມພາສີເປັນຜູ້ພິຈາລະນາ ອະນຸມັດ ຕາມກົດໝາຍ ແລະ ລະບຽບການ.

ພາບປະກອບ: ສິນຄ້າທີ່ຕ້ອງເກັບໃວ້ໃນອຸນນະພູມສະເພາະ

 

       ລາຍລະອຽດຂອງ ຂໍ້ຕົກລົງ ວ່າດ້ວຍການມອບສິດໃນການອະນຸຍາດ ໃຫ້ນໍາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນການແຈ້ງພາສີເປັນລະອຽດ, ເລກທີ 01446/ກພສ, ລົງວັນທີ 13 ມີນາ 2020

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?