ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ.

ເລື່ອງ: ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (ລະບົບໃໝ່).

- ອິງຕາມຂໍ້ຕົກລົງສະບັບເລກທີ 2929/ກງ ລົງວັນທີ 31/08/2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ;

ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານ ກ່ຽວກັບການເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ “TaxRIS” (ລະບົບໃໝ່) ຂອງກົມສ່ວຍສາອາກອນ, ລາຍລະອຽດດັ່ງລຸ່ມນີ້:

1. ເລີ່ມແຕ່ວັນທີ 15/10/2018 ເປັນຕົ້ນໄປ ແມ່ນ ຈະອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ ໃນເວລາທີ່ວິສາຫະກິດຂໍສ້າງຕັ້ງວິສາຫະກິດໃໜ່ຈາກພາກສ່ວນ ທະບຽນ ແລະ ຄຸ້ມຄອງວິສາຫະກິດ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ໃນຂອບເຂດທົ່ວປະເທດ, ບ່ອນທີ ພາກສ່ວນ ທະບຽນ ແລະ ຄຸ້ມຄອງວິສາຫະກິດນຳໃຊ້ລະບົບຄຸ້ມຄອງທະບຽນວິສາຫະກິດ ແລະ ມີການເຊື່ອມຕໍ່ສົ່ງຂໍ້ມູນກັຍລະບົບ “TaxRIS”;

2. ພາຍຫຼັງວິສາຫະກິດໄດ້ຮັບໃບທະບຽນວິສາຫະກິດທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ ແມ່ນ ສາມາດດຳເນີນທຸລະກິດໄດ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ພາຍໃນ 90 ວັນ ນັບແຕ່ມື້ອອກໃບທະບຽນວິສາຫະກິດ ແມ່ນ ໃຫ້ວິສາຫະກິດດັ່ງກ່າວເຂົ້າມາພົວພັນນຳລັດຖະການສ່ວນສ່ວຍສາອາກອນ ເພື່ອປະກອບຂໍ້ມູນການແຈ້ງມອບອາກອນໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບ ແລະ ກົດໜາຍທີ່ກ່ຽວຂ້ອງ. ຖ້າວິສາຫະກິດໃດບໍ່ພົວພັນຫາລັດຖະການສ່ວຍສາອາກອນຕາມກຳນົດດັ່ງກ່າວ, ຖືວ່າວິສາຫະກິດດັ່ງກ່າວບໍ່ເຄື່ອນໄຫວ ແລະ ຈະຖືກປະຕິບັດຕາມ ມາດຕາ 22 ຂອງກົດໜາຍວ່າດ້ວຍວິສາຫະກິດ;

3. ສຳລັບວິສາຫະກິດທີ່ມີໃບທະບຽນວິສາຫະກິດອອກກ່ອນວັນທີ 15/10/2018, ວິສາຫະກິດທີ່ອອກໃບທະບຽນວິສາຫະກິດຢູ່ກັບພາກສ່ວນທະບຽນ ແລະ ຄຸ້ມຄອງວິສາຫະກິດ ທີ່ບໍ່ມີການເຊື່ອມຕໍ່ກັບລະບົບ TaxRIS ບໍ່ສາມາດອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ,   ວິສາຫະກິດທີ່ຂໍອານຸຍາດດຳເນີນທຸລະກິດຜ່ານຂະແໜງການອື່ນໆ ນອກຈາກຂະແໜງການຄ້າ ແລະ ຜູ້ເສຍອາກອນທີບໍ່ ແມ່ນ ວິສາຫະກິດ ເປັນຕົ້ນ: ບຸກຄົນທົ່ວໄປ, ອົງການຈັດຕັ້ງຕ່າງໆ ແມ່ນ ໃຫ້ຂໍເລກປະຈຳຕົວຜູ້ເສຍອາກອນຢູ່ຫ້ອງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຫຼຶ ສາມາດຂໍເລກປະຈຳຕົວຜູ້ເສຍອາກອນດ້ວຍຕົນເອງ ຜ່ານເວັບໄຊທ໌ (taxservice.mof.gov.la);

4.ວັນທີ 5/10/2018, ກົມສ່ວຍສາອາກອນຍ້າຍຈຸດບໍລິການຜູ້ເສຍອາກອນໄປຢູ່ສູນບໍລິການຊົ່ວຄາວ ທີ່ຕັ້ງຢູ່ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ດ້ານຫຼັງກະຊວງການເງິນ ຫຼຶ ດ້ານຫຼັງບໍລິສັດສະຕາຣໂທລະຄົມ;

5.ວັນທີ 5/11/2018, ເລີ່ມແຈ້ງມອບອາກອນໃນລະບົບໃໝ່ຕາມຮູບແບບການແຈ້ງອາກອນແບບໃໝ່ ແລະ ຜູ້ເສຍອາກອນສາມາດແຈ້ງມອບອາກອນດ້ວຍຕົນຜ່ານເວັບໄຊທ໌ (taxservice.mog.gov.la).

ດັ່ງນັ້ນ,ຈຶ່ງແຈ້ງມາຍັງທ່ານ ແລະ ປະຕິບັດຕາມດ້ວຍ.

ຫົວໜ້າຫ້ອງການ
ສົມບູນ ອິນທະປັດຖາ  

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?