ການຂຶ້ນທະບຽນວິສາຫະກິດແມ່ນການຮັບຮອງກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ ຢ່າງຖືກຕ້ອງຕາມກົດຫມາຍຂອງລັດຕໍ່ບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປ ລາວ. ທຸກການເຄື່ອນໄຫວທຸລະກິດ ຕ້ອງໄດ້ຮັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລື ນິຕິບຸກຄົນ) ໃຫ້ຖືກຕ້ອງ ຕາມບົດບັນຍັດຂອງກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ), ເລກທີ 46/ສພຊ, ວັນທີ 26 ທັນວາ 2013, ເວັ້ນເສຍແຕ່ການເຄື່ອນໄຫວໃນບາງທຸລະກິດ ທີ່ບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລື ນິຕິບຸກຄົນ) ດັ່ງກ່າວນີ້ ແມ່ນບໍ່ໄດ້ບົ່ງກິດຈະການໃດໆໃສ່ຫລັງໃບທະບຽນວິສາຫະກິດຄືທີ່ຜ່ານມາ. ນອກຈາກນັ້ນ, ກ່ອນຈະເຄື່ອນໄຫວທຸລະກິດໃນກິດຈະການໃດໜຶ່ງນັ້ນ ວິສາຫະກິດທີ່ກ່ຽວຂ້ອງ ຕ້ອງໄດ້ຂໍອະນຸຍາດລົງທຶນ ຫລື ຂໍອະນຸຍາດດໍາເນີນທຸລະກິດນໍາຂະແໜງການກ່ຽວຂ້ອງ ໃຫ້ຖືກຕ້ອງຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນຄໍາແນະນໍາສະບັບນີ້ ແລະ ຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລື ນິຕິບຸກຄົນ) ມີດັ່ງນີ້:

  1. ການແບ່ງຂັ້ນຄຸ້ມຄອງການຂຶ້ນ ທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລື ນິຕິບຸກຄົນ)
  2. ສໍານວນຄໍາຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ
  3. ການກວດສອບສໍານວນຄໍາຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ
  4. ກໍານົດເວລາໃນການອອກໃບທະບຽນວິສາຫະກິດ
  5. ການສ້າງຕັ້ງສາຂາ, ລັດວິສາຫະກິດ ແລະ ສະຫະກອນ
  6. ຜູ້ມີສິດເຊັນໃບທະບຽນວິສາຫະກິດ

ດັ່ງນັ້ນ, ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ແມ່ນໃຫ້ເລີ່ມນັບແຕ່ວັນທີ 01 ກໍລະກົດ 2018 ເປັນຕົ້ນໄປ ໂດຍຕ້ອງລົງໃນຈົດໝາຍເຫດທາງລັດຖະການ ກ່ອນກໍານົດເວລາຈັດຕັ້ງປະຕິບັດດັ່ງກ່າວ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນຫາ ກົມທະບຽນ ແລະ ຄຸ້ມຄອງວິຫາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ
ທີ່ຢູ່: ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທ: 856 21 412 011 ແຟັກ:  856 21 453 865

ຄລິກທີ່ນີ້ເພື່ອເບິ່ງຄຳແນະນຳ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?