​ເຂົ້າປະ​ເທດ​ລາວ

​​​ຖ້າ​ທ່ານ​ເປັນ​ນັກ​ທ່ອງ​ທ່ຽວ ຫຼື ​ເປັນ​ຜູ້​ໂດຍສານ ທີ່​ເຂົ້າມາ​ທາງ​ເດີ່ນ​ບິນ​ສາກົນ​ໃດ​ໜຶ່ງ​ຂອງ​ປະ​ເທດ​ລາວ ຫຼື ຂ້າມ​ຊາຍ​ແດນ, ທ່ານ​ອາດ​ນໍາ​ເອົາ​ສິ່ງ​ຂອງ​ສ່ວນ​ຕົວ​​ໃດ​ໜຶ່ງ ​ເຂົ້າມາ​ປະ​ເທດ​ລາວ ໂດຍ​ບໍ່​ເກີນ​ຈໍານວນ​ທີ່​ອະນຸຍາດ​ທີ່ ກໍານົດໄວ້ດັ່ງ​ລຸ່ມ​ນີ້:

​ເຫຼົ້າທຸກ​ປະ​ເພດ

ບໍ່​ເກີນ 2 ລິດ

​ເບຍທຸກ​ປະ​ເພດ

ບໍ່​ເກີນ 5 ລິດ

ວາຍທຸກ​ປະ​ເພດ

ບໍ່​ເກີນ 3 ລິດ

ຢາສູບທຸກ​ປະ​ເພດ

ບໍ່​ເກີນ 1 ຕຸດ (200 ກອກ)

ຊິ​ກາທຸກ​ປະ​ເພດ

ບໍ່​ເກີນ 50 ຊິກາ

​ໃບ​ຢາ​ສູບ

ບໍ່​ເກີນ 250 ກຼາມ

ນ້ໍາຫອມ ຫຼື ນ້ໍາມັນຫອມ

ບໍ່​ເກີນໜຶ່ງລາຍການ

ວັດຖຸມີຄ່າ

[ຕາມການກໍານົດຂອງທະນາຄານແຫ່ງ ສປປ ລາວ]

ສະກຸນເງິນຕ່າງປະເທດ

[ຕາມການກໍານົດຂອງທະນາຄານແຫ່ງ ສປປ ລາວ]

ເຄື່ອງຕິດຕົວ ບໍ່ເກີນ 50 ໂດລາສາຫະລັດ

ນອກຈາກນັ້ນ ທ່ານຕ້ອງປະຕິບັດຕາມບັນດາລະບຽບການ ແລະ ຂໍ້ກໍານົດທຸກໆຢ່າງ ກ່ຽວກັບການນໍາເຂົ້າສະ ກຸນເງິນຕ່າງປະເທດ ຫຼື ສະກຸນເງິນລາວ, ວັດຖຸມີຄ່າ, ວັດຖຸບູຮານ ​ແລະ ວັດຖຸທີ່​ກ່ຽວ​ກັບວັດທະນະທໍາ ​ແລະ ສິນຄ້າ​ທີ່​ມີ​ການ​ຈໍາກັດ ​ແລະ ຫວງ​ຫ້າມ (​ເກືອດ​ຫ້າມ).

ທ່ານ​ບໍ່​ຈໍາ​ເປັນ​ຕ້ອງ​ຕື່ມ​ແບບ​ຟອມ​ແຈ້ງ​ສິນຄ້າ ​ແລະ ທ່ານ​ສາມາດ​ເລືອກ​ທີ່​ຈະ​ຍ່າງ​ຜ່ານ​ປ່ອງ​ສີຟ້າ ‘ບໍ່​ມີ​ຫຍັງ​ແຈ້ງ’. ຖ້າ​ທ່ານ​ມີ​ສິນຄ້າ​ທີ່​ເກີນ​ຂໍ້​ກໍານົດ​ຂ້າງ​ເທິງ​ນັ້ນ ຫຼື ສິນຄ້າທີ່​ມີ​ການ​ຈໍາກັດ ​ແລະ ເກືອດຫ້າມ, ທ່ານ​ຄວນ​ຍ່າງ​ຜ່ານ ປ່ອງ​ສີ​ແດງ ‘​ມີ​​ເຄື່ອງແຈ້ງ’ ​ແລະ ​ແຈ້ງ​ສິນຄ້າ​ໃນ​ເວລາ​ທີ່​ພະນັກງານ​ພາສີ​ຖາມ.

ອອກປະ​ເທດ​ລາວ

ຖ້າ​ທ່ານ​ເປັນ​ນັກ​ທ່ອງ​ທ່ຽວ ຫຼື ​ເປັນ​ຜູ້​ໂດຍສານ ທີ່​ອອກ​ຈາກ​ປະ​ເທດ​ລາວ​ທາງ​ເດີ່ນ​ບິນ​ສາກົນ​ໃດ​ໜຶ່ງ​ຂອງ​ປະ​ເທດ​ລາວ ຫຼື ຂ້າມ​ຊາຍ​ແດນ, ທ່ານ​ບໍ່​ຈໍາ​ເປັນ​ຕ້ອງ​ຕື່ມ​ແບບ​ຟອມພາສີ​ໃດ​ໜຶ່ງ ນອກຈາກ​​ວ່າ ທ່ານ​ມີ​ຈຸດປະສົງ​ຈະ​ນໍາ​ສິນຄ້າ​ອອກ ຊຶ່ງ​ເປັນ​ສິນຄ້າ​ທີ່​ມີ​ການ​ຈໍາກັດ ຫຼື ເກືອດຫ້າມ. ໃນ​ກໍລະນີ​ນີ້ ທ່ານ​ຕ້ອງ​ປະຕິບັດ​ຕາມລະບຽບ​ຫຼັກການ​ທົ່ວ​ໄປທີ່​ອອກ​ໂດຍ ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຊຶ່ງ​ຂຶ້ນກັບ​ແຕ່ລະປະ​ເພດ​ສິນຄ້າ. ​ໃຫ້​ເບິ່ງ ແຈ້ງ​ການ​ເລກທີ 0973/ອຄ.ກຂອ, ​ເອກະສານ​ຕິ​ຂັດ 1 ​ເພື່ອ​ເບິ່ງ​ລາຍການ​ສິນຄ້າ​ເກືອດ​ຫ້າມ ​ແລະ​ ​ໃຫ້​ເບິ່ງ ແຈ້ງ​ການ​ເລກທີ 0076/ອຄ.ກຂອ ເພື່ອ​ເບິ່ງ​ລາຍການ​ສິນຄ້າ ທີ່​ຕ້ອງ​ໄດ້​ຮັບ​ໃບ​ອະ​ນຸຍາດ​ສົ່ງ​ອອກ. ຖ້າ​ທ່ານ​ມີ​ຂໍ້​ສົງ​ໃສໃຫ້​ ລາຍ​ງານ​ຕໍ່​ກັບ​ເຈົ້າໜ້າ​ທີ່​ພາສີ ທີ່ຢູ່​ໃນ​ຊາຍ​ແດນ​ທີ່​ກ່ຽວຂ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?